ສະຫມັກສະມາຊິກ
ສະຫມັກສະມາຊິກ
nth
                   Ads

ນາຂັ້ນໄດທີ່ບານາເວ! ມໍລະດົກໂລກທີ່ ຟີລິບປິນ







ອາທິດ, ວັນທີ 19 ມິຖຸນາ 2016, ເວລາ 15:46
ພາບຈາກ: mundoteka

          ນາຂັ້ນໄດທີ່ບານາເວ (ພາສາຕາກາລອກ, Hagdan-hagdang Palayan ng Banawe) ເປັນສະຖານທີ່ທີ່ມີການປູກເຂົ້າແບບຂັ້ນໄດ ເທິງ ເກາະລູຊອນ, ປະເທດຟີລິບປິນ. ເປັນພູມສາດທາງດ້ານວັດທະນະທຳທີ່ສວຍງາມ, ເປັນຕົວຢ່າງທີ່ດີຂອງການເຮັດການກະເສດແບບຢັ້ງຢືນ ດ້ວຍວິທີ ການດັ້ງເດີມ ຖືກສ້າງຂຶ້ນເພື່ອເປັນການປູກເຂົ້າຂອງຊົນເຜົ່າ Ifugao ທີ່ອົບພະຍົບຈາກປະເທດໄຕ້ຫວັນມາສູ່ປະເທດຟີລິບປິນ ເມື່ອກວ່າ 2000 ປີມາ ແລ້ວ ພວກເຂົາໄດ້ໃຊ້ເຄື່ອງມືທຳມະດາໃນການດຳເນີນການ ໂດຍປາສະຈາກການນຳໃຊ້ເຄື່ອງຈັກກົນ,ປ່ຽນຈາກພູເຂົາໜຶ່ງໜ່ວຍໃຫ້ກາຍເປັນທີ່ປູກຝັງຂະ ໜາດໃຫຍ່.


ພາບຈາກ: famouswonders

          ໄດ້ຮັບການຍົກຍ່ອງໃຫ້ເປັນມໍລະດົກໂລກ ໂດຍອົງການ UNESCO ໃນປີ ຄ.ສ 1995 ແລະ ມັກຈະຖືກເອີ້ນວ່າ: ສິ່ງມະຫັດສະຈັນອັນດັບທີ 8 ຂອງໂລກ ເຊິ່ງມີຢູ່ 5 ແຫ່ງໄດ້ແກ່:

  1. ນາຂັ້ນໄດ Batad ໃນບົວນາເວ (Banaue)
  2. ນາຂັ້ນໄດ Bangaan ໃນບົວນາເວ (Banaue)
  3. ນາຂັ້ນໄດ Mayoyao ໃນ Mayoyao
  4. ນາຂັ້ນໄດ Hangduan ໃນ Hangduan
  5. ນາຂັ້ນໄດ Nagacadan ໃນ Kiangan


ພາບຈາກ: famouswonders

          ຖືກພິຈາລະນາໃຫ້ເປັນມໍລະດົກໂລກ ໂດຍມີຄຸນສົມບັດກົງກັບຂໍ້ກຳນົດ ແລະ ຫຼັກເກນໃນການພິຈາລະນາ ມໍລະດົກໂລກດ້ານວັດທະ ນະທຳຈຳນວນ 3 ຂໍ້ດັ່ງນີ້:
(iii) ເປັນສິ່ງທີ່ຢືນຢັນເຖິງ ຫຼັກຖານທາງອະລິຍະທຳ ຫຼື ວັດທະນະທຳ ທີ່ປະກົດໃຫ້ເຫັນຢູ່ໃນປະຈຸບັນ ຫຼືວ່າທີ່ສາບສູນໄປແລ້ວ.
(iv) ເປັນຕົວຢ່າງອັນໂດດເດັ່ນຂອງປະເພດສິ່ງກໍ່ສ້າງ ທີ່ເປັນຕົວແທນຂອງວັດທະນະທໍາ, ສັງຄົມ, ສິລະປະວັນນະຄະດີ, ວິທະຍາສາດ, ເທັກໂນໂລຢີ, ອຸດສະຫະກຳໃນປະຫວັດສາດຂອງມະນຸດ.
(v) ເປັນຕົວຢ່າງອັນໂດດເດັ່ນຂອງວັດທະນະທໍາມະນຸດ, ຮີດຄອງປະເພນີແຫ່ງສະຖາປັດຕະຍະກໍາ, ວິທີການກໍ່ສ້າງ ຫຼື ການຕັ້ງຖິ່ນຖານຂອງມະນຸດ ເຊິ່ງເສື່ອມສະຫຼາຍໄດ້ງ່າຍຈາກການກະທົບຂອງການປ່ຽນແປງທາງສັງຄົມ ແລະ ວັດທະນະທຳຕາມກາລະເວລາ.


ພາບຈາກ: googleplus

ທີ່ມາຂໍ້ມູນ: Wikipedia ແລະ aseannotes

ມ່ວນ ແລະ ມັກຫົວຂໍ້ນີ້ບໍ?
 


 

 

gotop

"ສະບາຍດີອາຊຽນ"
ບ້ານ ໂພນຕ້ອງສະຫວາດ, ເມືອງຈັນທະບູລີ, ນະຄອນຫຼວງ
ຕິດຕໍ່ ແລະ ສົນໃຈລົງໂຄສະນາກັບພວກເຮົາໄດ້ທີ່
ໂທ: +856 2028038267
ອີເມວ: sabaideeasean@gmail.com
www.sabaideeAsean.com © 2016    ຂໍສະຫງວນລິຂະສິດ
      ຕິດຕາມພວກເຮົາໄດ້ທີ່:   social media
 

facebook twitter instagram youtube
Free Web Hosting